• 108 jobs logo
  • 108 jobs logo mono

Logo Design – 108 JOBS ວຽກ ຊອກໄດ້ງ່າຍໆ

108.jobs ເວັບຫາວຽກຕົວໃຫມ່ ຈາກເຄືອ 108. ໂລໂກ້ຖືກອອກແບບໂດຍ ການຮວມເອົາ 2 ສ່ວນຫລັກໆເຂົ້າກັນ, ຫນຶ່ງແມ່ນຮູບແບບ ການໃຫ້ບໍລິການ ນັ້ນກໍຄື ການເປັນຈຸດເຊື່ອມລະຫວ່າງ ການຈ້າງ ວຽກ ກັບການເຮັດວຽກ, ບໍລິສັດກັບພະນັກງານ, ຜູ້ວ່າຈ້າງກັບຜູ້ຮັບຈ້າງ.. ເຊິ່ງກ່ຽວຂ້ອງກັບບຸກຄົນໂດຍກົງ, ສອງແມ່ນການລະບຸຕົວຕົນ ຂອງບໍລິສັດ ນັ້ນກໍຄືຕົວເລກ 108 ທີ່ຫມາຍເຖິງ ຄວາມຫລາກຫລາຍ ກ່າຍກອງ ນານັບປະການ. ໃນໂລໂກ້ມີ 4 ອົງປະກອບຄື (ບຸກຄະລາກອນ + JOB) + (ຄວາມຫລາກຫລາຍ + 108), ຫາກເບິ່ງລວມໆ ໂລໂກ້ຈະເບິ່ງອອກໄດ້ ສອງແບບ, ແບບຫນຶ່ງເປັນຄຳວ່າ JOB ອີກແບບເປັນເລກ 108 ໂດຍມີສັກຍາລັກ ທີ່ຫມາຍເຖິງບຸກຄະລາກອນ ຖືກເຊື່ອງໄວ້ໃນ ຕົວ B ຫລືເລກ 8 ສ່ວນຕົວ O ຫລືເລກ 0 ສື່ເຖິງສູນກາງ ການປະກາດ ແລະ ຫາວຽກທີ່ຫລາກຫລາຍ.

 

Clients

ລາຍນາມສ່ວນຫນຶ່ງ ຂອງບໍລິສັດຜູ້ໄວ້ວາງໄຈ ໃຫ້ພວກເຮົາເປັນສ່ວນຫນຶ່ງ
ຂອງຄວາມສຳເລັດ ດ້ວຍວຽກ ອອກແບບ