/deɪsɪknɪk ˈstjuːdɪəʊ/ ອອກສຽງວ່າ ເດສິກນິກ ສະຕູດິໂອ ສະຕູຯອອກແບບທີ່ອິນດີ້ສຸດ ໃນລ້ານຊ້າງພະນະຄອນ ພວກເຮົາສ້າງງານອອກແບບແນວສຸດ ຕັ້ງແຕ່ປີ ພ.ສ. 2555 ສືບມາ

Vientiane City 2

vientiane

Media Design – Vientiane City 2 Vientiane City 2 ແມ່ນໂຄງການບູລະນະ ບໍລິການ ລົດເມນະຄອນຫລວງວຽງຈັນ ຄືນໃຫມ່ ທັງເສັ້ນທາງເດີນລົດ ການບໍລິການຂອງພະນັກງານ ລວມທັງສື່ຕ່າງໆທີ່ກ່ຽວຂ້ອງ ເຊິ່ງໄດ້ຮັບການຊ່ວຍເຫລືອ ຈາກ ອົງການ JICA

HAN DAI

ຮ້ານໃດ

Logo Design – HAN DAI ຮ້ານໃດ? ຮ້ານໃດ (HAN DAI) ແບຣນຮ້ານເຫລົ້າ ໃນຮູບແບບ street food ບັນຍາກາດສະບາຍໆ ເຫລົ້າຫວານ ອາຫານແຊບ ຕ້ອງຮ້ານນີ້ເລີຍ ຮ້ານໃດ? ພົບໄດ້ຕາມໂຄງການ ຮ້ານນັ່ງຊິວໆ ທົ່ວໆໄປ

EPIC

investment

Logo Design – Evolution Power Investment Corporation EPIC ຫລື Evolution Power Investment Corporation ແມ່ນບໍລິສັດທີ່ປຶກສາດ້ານການລົງທຶນ ໃນອຸດສະຫະກຳ ພະລັງງານໄຟຟ້າ ຕັ້ງຢູ່ປະເທດສິງກະໂປ ໃຫ້ບໍລິການໃນຂອບເຂດ ປະເທດເອເຊຍຕາເວັນອອກສຽງໃຕ້

108 HILL

office

Logo Design – 108 HILL 108 HILL ເປັນອາຄານສຳລັບເຊົ່າເພື່ອໃຊ້ເປັນຫ້ອງການ (office) ແລະອີກເຄິ່ງຫນຶ່ງແມ່ນຫ້ອງສຳລັບພັກເຊົາ (apartment)

Sengdara Fitness

ແສງດາຣາ

Brand Design – Sengdara Fitness ແສງດາຣາ ຟິຕເນສ (Sengdara Fitness) ແບຣນຍິມຄຸນນະພາບສູງ ໂດຍທີ່ການອອກແບບໃຫມ່ຄັ້ງນີ້ ແມ່ນປັບໃຫ້ມີຄວາມເປັນ sport ຫລາຍຂຶ້ນ ເບິ່ງທັນສະໄຫມ ແລະຍັງຄົງຄວາມ premium ໄວ້ດັ່ງເດີມ

ASTA

ASEAN

Logo Design – ASEAN Sustainable Tourism Award ASEAN Sustainable Tourism Award ແມ່ນໂຄງການປະກວດສະຖານທີ່ທ່ອງທ່ຽວແບບຢືນຢົງ ຂອງກຸ່ມປະເທດອາຊຽນ ໂດຍທີ່ ປະເທດລາວໄດ້ຮັບກຽດໃຫ້ເປັນ ເຈົ້າພາບອອກແບບໂລໂກ້ ຕົວໂລໂກ້ສາມາດແນມອອກໄດ້ສາມລະດັບຄື ຫນຶ່ງພາບລວມເປັນດອກໄມ້ ສອງແຕ່ລະກີບຂອງດອກເປັນໃບໄມ້ ແລະສາມລາຍຂອງໃບໄມ້ເປັນກິ່ງກ້ານຂອງຕົ້ນໄມ້ ສ່ວນແຕ່ລະສີມີຄວາມຫມາຍດັ່ງນີ້ ຂຽວ ສື່ເຖິງສິ່ງແວດລ້ອມ ຟ້າ ສື່ເຖິງການຄຸ້ມຄອງ ມ່ວງ ສື່ເຖິງວັດທະນະທຳ ສົ້ມ ສື່ເຖິງສັງຄົມ ເຫລືອງ ສື່ເຖິງເສດຖະກິດ

Champa Meuanglao

Logo Design – Champa Meuanglao ຈຳປາເມືອງລາວ ເປັນວາລະສານປະຈຳສາຍການບິນ Lao Airlines ໄດ້ຮັບການອອກແບບຄືນໃຫມ່ທັງຫມົດ ທັງໂລໂກ້ ແລະ ການຈັດວາງເນື້ອໃນຕົວ ວາລະສານ ໂດຍທີ່ໂລໂກ້ຖືກອອກແບບ ໃຫ້ຄວາມອ່ອນຊ້ອຍມີເປັນລາວ ປະສົມກັບຄວາມເປັນສາກົນ ຂອງຮູບແບບການອອກແບບພາຍໃນຫນັງສື

laopost

Logo Design – laopost laopost ເວັບໄຊ ຂໍ້ມູນຂ່າວສານບ້ານເມືອງ ແລະແນວນາໆສາລະ ທີ່ໄດ້ຮັບຄວາມນິຍົມໃນລາວ ໂລໂກ້ ຖືກອອກແບບໂດຍການຮວມເອົາໂຕ ລ ເຂົ້າກັບໂຕ a

Crystal Flats

Brand Design – Crystal Flats Crystal Flats ແມ່ນໂຄງການ ທີ່ຢູ່ອາໄສ ລັກສະນະຊຸມຊົນໃນຮູບແບບສະຖາປັດຕະຍະກຳທີ່ທັນສະໄຫມ ມີພື້ນທີ່ສ່ວນຮວມກາງ ແລະສິ່ງອຳນວຍຄວາມສະດວກຕ່າງໆ ຕັ້ງຢູ່ໃນ Bentonville ລັດ Arkansas ປະເທດສະຫະລັດອາເມຣິກາ

The Red Barn

Brand Design – The Red Barn The Red Barn ເປັນໂຄງການ ຫມູ່ບ້ານຈັດສັນ ໃນ Bentonville ລັດ Arkansas ປະເທດສະຫະລັດອາເມຣິກາ ໃນບັນຍາກາດບ້ານນາ ສາມາດສຳຜັດເຖິງທຳມະຊາດໄດ້ແບບເຕັມໆ

 
error: